• ຫນ້າຫລັກ
  • ຄັງຄວາມຮູ້
  • E-Service
  • ກ່ຽວກັບສູນ
    • ພາລະບົດບາດຂອງສູນ
    • ໂຄງຮ່າງການຈັດຕັ້ງ
  • ຮັບຄຳ-ຕິຊົມ

ການເຄື່ອນໄຫວຂອງສູນ

ກອງປະຊຸມສຳມະນາ ກ່ຽວກັບການສຶກສາຄວາມແຕກໂຕນ, ການໃຫ້ຄຳແນະນຳ ການສົ່ງເສີມ ການພັດທະນາ ແລະ ນຳໃຊ້ລະບົບບໍລິຫານ ແບບທັນສະໄຫມ ໃນກຸ່ມບັນດາປະເທດອາຊ່ຽນ.

ກອງປະຊຸມສຳມະນາ ກ່ຽວກັບການສຶກສາຄວາມແຕກໂຕນ, ການໃຫ້ຄຳແນະນຳ ການສົ່ງເສີມ ການພັດທະນາ ແລະ ນຳໃຊ້ລະບົບບໍລິຫານ ແບບທັນສະໄຫມ ໃນກຸ່ມບັນດາປະເທດອາຊ່ຽນ.

ກະຊວງ ໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຈັດງານປະຊຸມສຳມະນາ ພາຍໃຕ້ໂຄງການ AEAN ICT ກ່ຽວກັບ ການສຶກສາຄວາມແຕກໂຕນ, ການໃຫ້ຄຳແນະນຳ ການສົ່ງເສີມ ການພັດທະນາ ແລະ ນຳໃຊ້ລະບົບບໍລິການແບບທັນສະໄໝ ໃນກຸ່ມປະເທດອາຊຽນ “Gap Analysis, Recommendation and Promotion on Best Practice of ASEAN e-Service Development Project” ຂື້ນໃນວັນທີ 20 ພະຈິກ 2018 ທີ່ໂຮງແຮມ ລາວພຣາຊ່າ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດກ່າວເປີດພິທີໂດຍ ທ່ານ ພຸຂົງ ຈິດຮູບໂລກ ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ກະຊວງ ປທສ), ເຊີ່ງມີຜູ້ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ, ຕາງໜ້າຈາກບັນດາກະຊວງ ແລະ ຫ້ອງການລັດຕ່າງໆ ລວມເຖິງບໍລິສັດໂທລະຄົມ ແລະ ບັນດາກົມອ້ອມຂ້າງກະຊວງ ປທສ ເຂົ້າຮ່ວມຫຼາຍກ່ວາ 50 ທ່ານ.

ດັ່ງທີ່ພວກເຮົາຮູ້ກັນດີແລ້ວວ່າ, ວຽກງານໄອຊີທີ ແມ່ນມີບົດບາດສຳຄັນໃນການມີສ່ວນຮ່ວມພັກດັນໃຫ້ເສດຖະກິດມີຄວາມຈະເລີນເຕີບໂຕ, ເຊີ່ງໃນຄະນະທີ່ຫຼາຍໆ ປະເທດກຳລັງກະກຽມຫັນປ່ຽນໄປສູ່ ສັງຄົມ ແລະ ເສດຖະກິດດິຈິຕອລ, ພວກເຮົາເຫັນວ່າຍັງມີຊ່ອງວ່າງ ຫຼື ຄວາມແຕກໂຕນລະຫວ່າງປະເທດສະມາຊິກ ອາຊຽນນຳກັນໃນການກ້າວເຂົ້າສູ່ຍຸກດິຈິຕອລ ແລະ ການພັດທະນາການບໍລິການດ້ານຕ່າງໆ.

ສະນັ້ນ,ມັນຈຶ່ງມີຄວາມສຳຄັນທີ່ສຸດທີ່ຕ້ອງເຂົ້າໃຈເຖິງຄວາມແຕກໂຕນເຫຼົ່ານີ້ ເພື່ອທີ່ຈະກຳນົດແນວທາງການພັດທະນາລະບົບ ການໃຫ້ບໍລິການທີ່ທັນສະໄໝ (e-Service) ເຊັ່ນດຽວກັນກັບການພັດທະນາການບໍລິການຂອງລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ (E-Government) ເພື່ອໃຫ້ເຂົ້າເຖິງຄວາມຕ້ອງຂອງຜູ້ຊົມໃຊ້, ພ້ອມດຽວກັນນັ້ນກໍ່ເພື່ອເຜ່ຍ ການນຳໃຊ້ ການບໍລິການທີ່ທັນສະໄໝ (e-Service) ຢູ່ບັນດາປະເທດອາຊຽນ ແລະ ເພື່ອປັບປຸງຄຸນນະພາບຊີວິດ ຂອງປະຊາຄົມອາຊຽນໃຫ້ດີຂື້ນ.

ສຳລັບປະເທດ ສປປ ລາວ ຂອງພວກເຮົາ ກໍ່ມີຫຼາຍພາກສ່ວນເລີ່ມຕົ້້ນຫັນການບໍລິການຂອງເຂົາເຈົ້າ ໃຫ້ເປັນເອເລັກໂຕຣນິກ ແລະ ທັນສະໄໝ ເຊັ່ນ: ກະຊວງ ໄປສະນີ ໂທລະຄົມມານາຄົມ ແລະ ການສື່ສານ ກຳລັງພັດທະນາລະບົບບໍລິຫານຫ້ອງການທັນສະໄໝ (eOffice) ເພື່ອອຳນວຍຄວາມສະດວກໃຫ້ແກ່ພາກລັດໃນການຄຸ້ມຄອງ ແລະ ຈັດເກັບເອກະສານເຂົ້າ-ອອກ,ການຄຸ້ມຄອງວຽກງານ, ການຈັດການກັບຕາຕະລາງເຄື່ອນໄຫວຂອງຫ້ອງການ, ລວມເຖິງການແຈ້ງເຕືອນການເຂົ້າອອກຂອງເອກະສານໃນແຕ່ລະວັນ ແລະ ລະບົບອື່ນໆ; ລະບົບ E-Mail ແລະ Video conference; ກະຊວງການຕ່າງປະເທດພັດທະນາລະບົບໜັງສືເດີນເອເລັກໂຕຣນິກ (E-Passport) ໃນປີ 2014, ແລະ ກຳລັງພັດທະນາລະບົບ E-Visa ເຊິ່ງຄາດຄະເນວ່າຈະໄດ້ນຳໃຊ້ໃນປີ 2019;ຂະແໜງການເງິນ ກໍ່ໄດ້ມີການພັດທະນາບໍລິການ e-Services ຫຼາຍຢ່າງ ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ໃນການນຳໃຊ້ ແລະ ເຂົ້າຫາບໍລິການ ເປັນຕົ້ນແມ່ນ: ການບໍລິການຜ່ານລະບົບ E-Banking, ລະບົບການຈ່າຍແບບອອນລາຍ (Online payment solution) ແລະ ລະບົບອື່ນໆ ເຊັ່ນ ລະບົບການຊຳລະອາກອນ (Easy Tax), ລະບົບເສຍຄ່າທາງ, ລະບົບເສຍພາສີທີ່ດິນ ແລະ ລະບົບອື່ນໆ ຂອງທະນາຄານພັດທະນາລາວ. ບັນດາກະຊວງຕ່າງໆກໍ່ໄດ້ເລີ່ມມີແຜນພັດທະນາລະບົບການບໍລິການແບບເອເລັກໂຕຣນິກ ແລະ ທັນສະໄໝຂອງຕົນ ເພື່ອຍົກລະດັບການບໍລິຫານ ແລະ ບໍລິການຂອງເຂົາເຈົ້າໃຫ້ທັນສະໄໝ ແລະ ສາມາດເຊື່ອມໂຍງກັບສາກົນໄດ້. ພ້ອມນັ້ນ, ພາກເອກະຊົນ ກໍ່ໄດ້ມີການພັດທະນາບໍລິຫານ e-Service ຫຼາຍໆຢ່າງ ໂດຍຜ່ານ App ເຊັ່ນ Taxi, Delivery ແລະ ລະບົບອື່ນໆ.

ໃນກອງປະຊຸມສຳມະນາຄັ້ງນີ້ ທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ໄດ້ລາຍງານຫຍໍ້ກ່ຽວກັບຄວາມເປັນມາ ຈຸດປະສົງ ແລະ ເປົ້າໝາຍຂອງໂຄງການນີ້, ເຊິ່ງໄດ້ຮັບອະນຸມັດຢູ່ກອງປະຊຸມຄະນະລັດຖະມົນຕີໂທລະຄົມມະນາຄົມ ຄັ້ງທີ 17 (TELMIN 17) ພາຍໃຕ້ງົບປະມານສະໜັບສະໜຸນ ຈາກກອງທຶນພັດທະນາວຽກງານ ICT ຂອງອາຊຽນ (ASEAN ICT Fund). ຈຸດປະສົງຂອງການຈັດງານສຳມະນາໃນຄັ້ງນີ້ແມ່ນມີຄື:

- ເພື່ອທົບທວນຄືນ ແລະ ປະເມີນສະພາບການພັດທະນາລະບົບບໍລິການແບບທັນສະໄໝຂອງບັນດາປະເທດອາຊຽນ.

- ເພື່ອແລກປ່ຽນບົດຮຽນ, ປະສົບການ ແລະ ຮຽນຮູ້ ທາງດ້ານການກຳນົດລະບຽບນະໂຍບາຍ, ຜົນປະໂຫຍດທີ່ຈະໄດ້ຮັບຈາກການນຳໃຊ້ ລະບົບບໍລິການທີ່ທັນສະໄໝ (E-Service) ແລະ ການພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ (E-Government). ພ້ອມນັ້ນ, ໄດ້ມີຊ່ຽວຊານ ແລະ ຕາງໜ້າຈາກບັນດາປະເທດ ສະມາຊິກອາຊຽນ ມານຳສະເໜີ ເຖິງສະພາບປະຈຸບັນ, ປະສົບການ ແລະ ສິ່ງທີ່ໄດ້ຮຽນຮູ້ ຂອງການນຳໃຊ້ລະບົບດັ່ງກ່າວ ເພື່ອຫາທາງການແກ້ໄຂຄວາມແຕກໂຕນ.

- ເພື່ອປຶກສາຫາລື ເຖິງຄວາມເປັນໄປໄດ້ ແລະ ຜົນທີ່ຈະໄດ້ຮັບຂອງການນຳໃຊ້ລະບົບບໍລິການທີ່ທັນສະໄໝ (E-Service) ແລະ ການພັດທະນາລະບົບ ບໍລິຫານລັດດ້ວຍເອເລັກໂຕຣນິກ (E-Government) ເຂົ້າສູ່ທຸກຂົງເຂດວຽກງານ ເພື່ອສ້າງຜົນປະໂຫຍດສູງສຸດໃຫ້ແກ່ປະຊາຄົມອາຊຽນ.

ກອງປະຊຸມໄດ້ດຳເນີນໄປເປັນເວລາ ໜື່ງວັນ, ເຊິ່ງບັນດາຜູ້ເຂົ້າຮ່ວມກໍ່ໄດ້ຂື້ນລາຍງານຄືນກ່ຽວກັບສະພາບການພັດທະນາລະບົບບໍລິການທີທັນສະໄໝ ລວມເຖິງທິດທາງ ແຜນ ການໃນຕໍ່ໜ້າຂອງການ ພັດທະນາວຽກງານດັ່ງກ່າວຂອງຕົນ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການນຳສະເໜີຈາກອົງການພັດທະນາ ລັດຖະບານດິຈິຕອນ (Digital Government Development Agency) ແຫ່ງປະເທດລาຊາ ອະນາຈັກໄທ ແລະ ຈາກ ສສ ຫວຽດນາມ ກ່ຽວກັບສະພາບການພັດທະນາວຽກງານການພັດທະນາ ແລະ ສົ່ງເສີມການນຳໃຊ້ລະບົບບໍລິການແບບທັນສະໄໝຂອງໄທ ລວມເຖິງທິດທາງແຜນການໃນຕໍ່ໜ້າທີ່ຈະຮ່ວມກັບບັນດາ ປະເທດອາຊຽນໃນການຂັບເຂື່ອນການພັດທະນາ ວຽກງານດັ່ງກ່າວ ແລະ ການພັດທະນາບັນດາເຄື່ອງມື ແລະ ຕົວແບບຂອງການພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕຣນິກຂອງປະເທດ ສສ ຫວຽດນາມ.

ອັບເດດຂໍ້ມູນວັນທີ 2018-11-23 14:00:04 / ຈຳນວນຜູ້ເຂົ້າອ່ານ 55 ຄົນ

ກອງປະຊຸມ ສຳມະນາວຽກງານ ການພັດທະນາ ແລະ ນຳໃຊ້ໂປຣແກຣມຫ້ອງການທັນສະໄໝ (eOffice) ຂອງກະຊວງ ປທສ

ກອງປະຊຸມ ສຳມະນາວຽກງານ ການພັດທະນາ ແລະ ນຳໃຊ້ໂປຣແກຣມຫ້ອງການທັນສະໄໝ (eOffice) ຂອງກະຊວງ ປທສ

ກະຊວງໄປຊະນີໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດງານສຳມະນາກ່ຽວກັບ ການພັດທະນາ ແລະ ນຳໃຊ້ລະບົບຫ້ອງການທັນສະໄໝ (eOffice) ຂອງກະຊວງ ປທສ ຂື້ນໃນວັນທີ 06 ພະຈິກ 2018 ທີ່ ຕຶກຄື້ນຄວາມຖີ່ ໂດຍການເປັນປະທານຂອງ ທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າ ສູນບໍລິຫານລັດ ດ້ວຍເອເລັກໂຕຣນິກ ເຊິ່ງມີຜູ້ເຂົ້າຮ່ວມຕາງໜ້າຈາກບັນດາກະຊວງ,uid= ຫ້ອງການລັດ,files= ບັນດາກົມອ້ອມຂ້າງກະຊວງ ປທສ ແລະ ຊ່ຽວຊານຈາກບໍລິສັດ VNPT ປະເທດ ສສ ຫວຽດນາມ ເຂົ້າຮ່ວມທັງໝົດຫຼາຍກວ່າ 90 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອແລກປ່ຽນຄວາມຮູ້ ແລະ ປະສົບການໃນການພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕນິກ (e-Government) ກໍ່ຄືລະບົບຫ້ອງການທັນສະໄໝ,ການນຳສະເໜີກ່ຽວກັບການພັດທະນາ e- Government ຢູ່ລາວ ແລະ ແຜນການພັດທະນາໃນຕໍ່ໜ້າ. ພ້ອມນັ້ນ ກໍ່ໄດ້ນຳສະເໜີກ່ຽວກັບລະບົບ ຫ້ອງການທັນສະໄໝ ຫຼື e-Office ທີ່ ປທສ ນຳໃຊ້ປະຈຸບັນ.

ລະບົບຫ້ອງການທັນສະໄໝ ເປັນສ່ວນໜຶ່ງຂອງລະບົບ ບໍລິຫານລັດດ້ວບເອເລັກໂຕນິກ ເພື່ອຫັນລັດຖະບານເປັນດິຈິຕອນ ແລະ ທັນສະໄໝ ເທື່ອລະກ້າວ ເຊິ່ງໄດ້ກຳນົດ ໃນວິໄສທັດຮອດປີ 2030 ແລະ ແຜນຍຸດທະສາດ 10 ປີ (2016-2025) ເພື່ອເປົ້າໝາຍ ສ້າງປະເທດລາວ ໄປສູ່ ຍຸກເສດຖະກິດ-ສັງຄົມ ດິຈິຕອນ. ລະບົບບໍລິຫານຫ້ອງການທັນສະໄໝ ເປັນລະບົບຈັດການຄຸ້ມຄອງບໍລິຫານວຽກງານຫ້ອງການຂອງອົງກອນ ຕັ້ງແຕ່ການຈັດການເກັບບັນດາເອກະສານ ຂາເຂົ້າ - ຂາອອກ ທີ່ເຊື່ອມໂຍງກັນ, ລວມທັງການມອບໝາຍວຽກງານຂອງຫົວຫນ້າກົມ - ພະແນກ, ຫົວໜ້າພະແນກ - ພະນັກງານວິຊາການ ແລະ ສາມາດຕິດຕາມວຽກງານໄປຕາມແຕ່ລະຂັ້ນຕອນ ແລະ ຍັງມີຕາຕະລາງການເຄື່ອນໄຫວວຽກງານຂອງອົງກອນ.

ກອງປະຊຸມສຳມະນາ ຄັ້ງນີ້ ໄດ້ຈັດຂຶ້ນ ເພື່ອເປີດກວ້າງໃຫ້ກັບບັນດາກະຊວງ, ຫ້ອງການລັດ, ບັນດາກົມ ແລະ ບໍລິສັດອ້ອມຂ້າງກະຊວງ ປທສ ໄດ້ເຂົ້າມາມີສ່ວນຮ່ວມເພື່ອຊ່ວຍ ປະກອບຄຳຄິດຄຳເຫັນຕໍ່ກັບວຽກງານການພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ກໍ່ຄື ລະບົບຫ້ອງການທັນສະໄໝຂອງ ກະຊວງ ປທສ ເພື່ອສືບຕໍ່ພັດທະນາ ແລະ ຜັນຂະຫຍາຍນຳໃຊ້ໃຫ້ກວ້າງຂວາງຂຶ້ນ ແນໃສ່ກຽມພ້ອມຫັນເປັນທັນສະໄໝ ເທື່ອລະກ້າວ. ເຊິ່ງນອກຈາກການນຳສະເໜີກ່ຽວກັບ ລະບົບຫ້ອງການທັນສະໄໝແລ້ວ, ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ຍັງໄດ້ນຳສະເໜີກ່ຽວກັບ ບັນດາການບໍລິການເອເລັກໂຕນິກ ທີ່ກະຊວງ ປທສ ໃຫ້ບໍລິການແກ່ບັນດາຫ້ອງການລັດຕ່າງໆ ເຊັ່ນ: ລະບົບ Email, Video Conference ແລະ ອື່ນໆ.

ອັບເດດຂໍ້ມູນວັນທີ 2018-11-07 16:09:05 / ຈຳນວນຜູ້ເຂົ້າອ່ານ 40 ຄົນ

e-Govt ເຂົ້າຮ່ວມປະຊຸມເສວະນາ AI ແລະ IoT ທີ່ປະເທດຍີ່ປຸ່ນ

e-Govt ເຂົ້າຮ່ວມປະຊຸມເສວະນາ AI ແລະ IoT ທີ່ປະເທດຍີ່ປຸ່ນ

ອີງຕາມໜັງສືເຊີນ ຈາກກະຊວງ MIC ປະເທດຍີ່ປຸ່ນ, ໃນວັນທີ 16-19 ຕຸລາ 2018, ທ່ານຫົວໜ້າສູນບໍລິການລັດດ້ວຍເອເລັກໂຕຣນິກ ໄດ້ເຂົ້າຮ່ວມ ກອງປະຊຸມເວທີເສວະນາ ກ່ຽວກັບລະບົບ AI ແລະ IoT (Symposium on AI and IoT), ຄັ້ງວັນທີ 16-19 ຕຸລາ 2018, ຈັດທີ່ເມືອງໂຕກຽວ ປະເທດຍີ່ປຸ່ນ. ຈຸດປະສົງ ແມ່ນເພື່ອ: 1) ປຶກສາຫາລືກ່ຽວກັບເຕັກໂນໂລຊີ AI ແລະ IoT; 2) ປຶກສາຫາລື ແນວທາງການຮ່ວມມື ASEAN-Japan ໃນວຽກງານ ICT.

ກອງປະຊຸມດັ່ງກ່າວ ມີຜູ້ເຂົ້າຮ່ວມ 12 ຄົນ ຈາກ 10 ປະເທດອາຊຽນ ໂດຍການເປັນເຈົ້າພາບຂອງກະຊວງ MIC ຍີ່ປຸ່ນ. ໃນກອງປະຊຸມ, ໄດ້ມີການສະເໜີກ່ຽວກັບເຕັກໂນໂລຊີ AI ແລະ IoT ພ້ອມທັງແນວທາງສ້າງຍຸດທະສາດ ເພື່ອຄຸ້ມຄອງ ແລະ ສົ່ງເສີມການນຳໃຊ້ AI ແລະ IoT ໃຫ້ເກີດປະໂຫຍດສູງສຸດ ໂດຍສະເພາະ ປະສົບການຂອງປະເທດຍີ່ປຸ່ນ. ພ້ອມກັນນັ້ນ ບັນດາຜູ້ເຂົ້າຮ່ວມ ຍັງໄດ້ເດີນທາງໄປຢ້ຽມຢາມ ແລກປ່ຽນບົດຮຽນກັບບໍລິສັດ Fujitsu ແລະ ຮ່ວມສຳມະນາໃນງານ CEATEC 2018.

ຈາກຜົນການເຂົ້າຮ່ວມກອງປະຊຸມດັ່ງກ່າວ, ສາມາດ ສັງເກດຕີລາຄາ ແລະ ຖອດຖອນບົດຮຽນໄດ້ດັ່ງນີ້:

- ກອງປະຊຸມ ເຫັນໄດ້ຄວາມສຳຄັນຂອງ AI ແລະ IoT ໃນການພັດທະນາ ອຸດສະຫະກຳ, ການສຶກສາ, ສາທາ, ກະສິກຳ, ທ່ອງທ່ຽວ, ສັງຄົມ ແລະ ການສ້າງເມືອງທັນສະໄໝ(Smart City).

- ຍີ່ປຸ່ນ ໄດ້ດຳເນີນການສະເໜີ ‘AI R&D Guideline’ ແລະ ‘AI Utilization Principle’ ຕໍ່ກອງປະຊຸມ G20 ແລະ ໃນອົງການ OECD ເພື່ອເປັນບ່ອນອີງເອກະພາບໃນການພັດທະນາ AI Platform ໃນອະນາຄົດ ເພື່ອຮັບປະກັນໄດ້ຄື : 1) Collaboration; 2) Transparency; 3) Controllability; 4) Safety; 5) Security; 6) Privacy; 7) Ethics.

- ຍີ່ປຸ່ນ ໄດ້ຍົກໃຫ້ເຫັນ ການພັດທະນາ ແລະ ນຳໃຊ້ AI & IoT ເຂົ້າໃນວຽກງານຕ່າງໆຂອງຍີ່ປຸ່ນ ເປັນຕົ້ນ Finance, Transportation, Manufacturing, Healthcare, Education ແລະ ອື່ນໆ ຊຶ່ງໄດ້ເຮັດໃຫ້ມີການພັດທະນາດ້ານການບໍລິການ ແລະ ທັງປະຫຍັດຊັບພະຍາກອນມະນຸດ ເພື່ອຮອງຮັບ ຍຸກສັງຄົມທີ່ມີປະຊາກອນໜ້ອຍລົງ ເຊັ່ນ ການນຳໃຊ້ AI ແລະ IoT ຂອງບໍລິສັດ Fujitsu, Toyota, Japan Railway.

- ບໍລິສັດ Fujitsuໄດ້ຍົກໃຫ້ເຫັນຫຼາຍໂຄງການຮ່ວມ ກັບ ປະເທດອາຊຽນ ເພື່ອສົ່ງເສີມການນຳໃຊ້ AI ແລະ IoT ເຊັ່ນ: Learning Management (Thai), Disaster Information Management (Indonesia), ICT-based Agricultural Field (Vietnam), Remote education (Myanmar).

- ຍີ່ປຸ່ນ ໄດ້ສະເໜີ 3 ຫົວຂໍ້ທີ່ຍີ່ປຸ່ນສົນໃຈໃນການຮ່ວມມືກັບອາຊຽນ ເພື່ອເຮັດໂຄງການ ASEAN-Japan ຄື: 1) Smart City; 2) Cyber Security; 3) Disaster Management. ໃນນາມ ສປປ ລາວ ແມ່ນໄດ້ປະກອບຄຳເຫັນ ຄື 1) ສົນໃຈສ້າງໂຄງການ ‘Basic Standard of ASEAN Smart Town’ ເພາະ ສປປ ລາວ ແລະ ຫຼາຍປະເທດອາຊຽນ ແມ່ນຕ້ອງການພັດທະນາຕົວເມືອງຢູ່ຊົນນະບົດ. 2) ສົນໃຈສ້າງລະບົບແຈ້ງເຕືອນໄພສຸກເສີນ ‘Smart Disaster Notification System’ ເພື່ອແຈ້ງໃຫ້ປະຊາຊົນຮູ້ເຫດການສຸກເສີນ ແລະ ສາມາດກະກຽມ ຫຼື ອົບພະຍົບໄດ້ທັນ.

ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບຜົນສຳເລັດສູງ, ສາມາດຖອດຖອນໄດ້ບົດຮຽນໃນການພັດທະນານຳໃຊ້ເຕັກໂນໂລຊີ AI ແລະ IoT ເພື່ອນຳມາຜັນຂະຫຍາຍນຳໃຊ້ໃນ ສປປ ລາວ. ພ້ອມນັ້ນ, ຄວນພິຈາລະນາ ຄົ້ນຄວ້າຜັນຂະຫຍາຍບາງໜ້າວຽກໃນຕໍ່ໜ້າ ດັ່ງນີ້:

1.ຄົ້ນຄວ້າສ້າງແຜນຍຸດທະສາດ ຫຼື ແຜນແມ່ບົດ ກ່ຽວກັບການນຳໃຊ້ AI & IoT ຢູ່ ສປປ ລາວ. ພ້ອມທັງ ປະສານກັບ ບໍລິສັດ Fujitsu ຄວາມເປັນໄປໄດ້ ໃນການສ້າງໂຄງການນຳໃຊ້ AI & IoT ຢູ່ລາວ.

2.ຄົ້ນຄວ້າສ້າງແຜນໂຄງການສະເໜີອາຊຽນ ປີ 2019 ທີ່ກ່ຽວຂ້ອງກັບ Smart City ແລະ Disaster Management ເປັນຕົ້ນ ໂຄງການ ‘Basic Standard of ASEAN Smart Town’ ແລະ ໂຄງການ ‘Smart Disaster Notification System’.

ອັບເດດຂໍ້ມູນວັນທີ 2018-10-22 09:50:25 / ຈຳນວນຜູ້ເຂົ້າອ່ານ 33 ຄົນ

ສູນບໍລິຫານລັດ ຕິດຕາມຄະນະ ຮອງລັດຖະມົນຕີ ກະຊວງ ປທສ ເດີນທາງໄປຖອດຖອນບົດຮຽນ ການວາງນະໂຍບາຍດ້ານ ໄອຊີທີ ທີ່ ປັກກິ່ງ, ສປ.ຈີນ ລະຫວ່າງ ວັນທີ 26-28 ກັນຍາ 2018

ສູນບໍລິຫານລັດ ຕິດຕາມຄະນະ ຮອງລັດຖະມົນຕີ ກະຊວງ ປທສ ເດີນທາງໄປຖອດຖອນບົດຮຽນ ການວາງນະໂຍບາຍດ້ານ ໄອຊີທີ ທີ່ ປັກກິ່ງ, ສປ.ຈີນ ລະຫວ່າງ ວັນທີ 26-28 ກັນຍາ 2018

ໃນວັນທີ 27 ກັນຍາ 2018, ຕອນເຊົ້າ ຄະນະຜູ້ແທນກະຊວງ ປທສ ນຳໂດຍ ທ່ານ ທອງໃສ ຊານໄຊຍະ, ຮອງລັດຖະມົນຕີ ກະຊວງ ປທສ ໄດ້ພົບປະສອງຝ່າຍ ແລກປ່ຽນ ແລະ ຖອດຖອນບົດຮຽນ ກັບຄະນະຜູ້ແທນ ອົງການຄຸ້ມຄອງອິນເຕີເນັດ ແຫ່ງ ສປ.ຈີນ ນໍາໂດຍ ທ່ານ Zhao Zeliang, ຫົວໜ້າສູນຄວາມປອດໄພ ທາງໄຊເບີ, ສອງຝ່າຍໄດ້ ເນະນໍາສະພາບການພັດທະນາໄອຊີທີປັດຈຸບັນ ແລະ ສປ.ຈີນ ໄດ້ແລກປ່ຽນ ທິດທາງການພັດທະນາໄອຊີທີ ແລະ ພາລະບົດບາດຂອງອົງການຄຸ້ມຄອງອິນເຕີເນັດ, ຊື່ງ ທ່ານ Zhao Zeliang ໄດ້ສະເໜີ ຕໍ່ທີ່ປະຊຸມວ່າ “ມະຕິກອງປະຊຸມໃຫ່ຍພັກຄອມມູນິດ ສປ. ຈີນ ຄັ້ງທີ 19, ທ່ານ ປະທານປະເທດ ສີ ຈິ້ນຜິງ ໄດ້ຮັບຮອງເອົາແຜນຍຸດທະສາດ ດິຈີຕອນຈີນ (Digital China) 2018-2025 ເປັນວາລະແຫ່ງຊາດ ໃຫ້ວຽກງານໄອຊີທີ ເປັນໂຕຂັບເຄື່ອນເສດຖະກິດ ແລະ ອໍານວຍຄວາມສະດວກໃຫ້ທຸກຂະແໜງການ ແລະ ສ້າງສະພາບແວດລ້ອມ ແລະ ການມີສ່ວນຮ່ວມຂອງຫຼາຍພາກສ່ວນ, ໃຫ້ພື້ນຖານໂຄງລ່າງ ແລະ ຄວາມກ້າວໜ້າ ຂອງເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ເຊື່ອມໂຍງທຸກຂະແໜງການ ແລະ ຫັນເປັນເສດຖະ ກິດດິຈີຕອນ”

ພ້ອມດຽວກັນນັ້ນ, ໃນຕອນບ່າຍ ວັນທີ 27 ກັນຍາ 2018, ທ່ານ ທອງໃສ ຊານໄຊຍະ, ຮອງລັດຖະມົນຕີ ກະຊວງ ປທສ ພ້ອມດ້ວຍ ຄະນະ ໄດ້ພົບປະ ໂອລົມກັບ ຄະນະຂອງທ່ານ Zhao Xiong Chen, ຮອງລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ແຫ່ງ ສປ.ຈີນ, ໃນການພົບປະ ຄະນະຜູ້ແທນທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ການ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຄວາມໝັ້ນຄົງຍາວນານຕາມທິດ 4 ດີ (ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ). ທ່ານ ຮອງລັດຖະມົນຕີ ກະຊວງ ປທສ ໄດ້ສະແດງຄວາມຂອບໃຈ ຕໍ່ກັບ ການຕ້ອນຮັບທີ່ ອົບອຸ່ນ ແລະ ມີຄວາມປິຕິ ຍິນດີ ທີ່ໄດ້ມີໂອກາດ ແລກປ່ຽນບົດຮຽນ ໃນການພັດທະນາດ້ານ ໄອຊີທີ ໃນການຫັນເປັນທັນສະໄໝ ໂດຍສະເພາະແມ່ນການວາງນະໂຍບາຍ, ຍຸດທະສາດ ແລະ ແຜນການ ໃນການກໍ່ສ້າງພື້ນຖານໂຄງລ່າງ, ການຫັນເປັນລັດຖະບານດິຈິຕອນ, ການສ້າງຕົວເມືອງທັນສະໄໝ, ການຮັກສາຄວາມປອດໄພ ທາງໄຊເບີ, ການຄຸ້ມຄອງສື່ສັງຄົມອອນລາຍ, ການສ້າງບຸກຄະລາກອນ, ແລະ ອື່ນໆ.

ຜ່ານການ ພົບປະສອງຝ່າຍ ເຫັນໄດ້ວ່າ ພັກ ແລະ ລັດຖະບານ ສປ. ຈີນ ຍົກສູງວຽກງານ ໄອຊີທີ ແລະ ດິຈິຕອນ ເປັນສ່ວນໜຶ່ງໃນການ ພັດທະນາ ເສດຖະກິດ ແລະ ສັງຄົມ ກໍຄື ເປັນແຮງຂັບເຄື່ອນເສດຖະກິດ, ເຮັດໃຫ້ການຜະລິດ ແລະ ການເຮັດວຽກມີປະສິດທິຜົນສູງ, ການຮ່ວມມື, ການເຊື່ອມຕໍ່, ຄວາມໂປ່ງໃສ, ຄວາມສະດວກ ແລະ ຄວາມປອດໄພສູງຂຶ້ນ ເຫັນໄດ້ຈາກການເອົາວຽກງານໄອຊີທີ ເຂົ້າໃນມະຕິກອງປະຊຸມໃຫຍ່ຂອງພັກກອມມູນິດຈີນ ແລະ ຖືເປັນໜຶ່ງໃນວາລະແຫ່ງຊາດ. ພ້ອມນີ້ ໃນການສ້າງ ນະໂຍບາຍ ໄອຊີທີ ແຫ່ງຊາດ ຕອ້ງມີວິໃສທັດ, ຈຸດປະສົງ ແລະ ເປົ້າໜາຍທີ່ຈໍາເປັນຈະຕ້ອງມີການປະເມີນ ສະພາບການພັດທະນາໃນບັດຈຸບັນ ແລະ ຂື້ນແຜນຫັນເປັນທັນສະໄໝໃຫ້ຈະແຈ້ງ, ເປີດໃຫ້ມີຫຼາຍຂະແໜງການກ່ຽວຂ້ອງມີສ່ວນຮ່ວມໃນການພັດທະນາ ພາຍໃຕ້ການຊີ້ນຳຂັ້ນເທິງສູງສຸດ. ເພື່ອຮັບປະກັນວ່າ ທຸກຂະແໜງການສາມາດພັດທະນາ ໃນທິດທາງດຽວ, ຫຼີກລ້ຽງການລົງທຶນຊໍ້າຊ້ອນ ໃນເຕັກໂນໂລຊີດຽວ, ຫຼີກລ້ຽງການມີຫຼາຍລະບົບ.

ອັບເດດຂໍ້ມູນວັນທີ 2018-10-18 15:31:02 / ຈຳນວນຜູ້ເຂົ້າອ່ານ 75 ຄົນ
ນິຕິກຳ
ສະພາບລວມຂອງລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ

ສະພາບລວມຂອງລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ

ສະພາບລວມຂອງລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ

ດາວໂຫລດ
ອັບເດດຂໍ້ມູນວັນທີ 2018-12-17 17:11:13 / ຈຳນວນຜູ້ດາວໂຫລດ 96 ຄົນ
ລະບຽບການນຳໃຊ້ອີເມວ ແລະ ແຜນສ້າງນິຕິກຳ

ລະບຽບການນຳໃຊ້ອີເມວ ແລະ ແຜນສ້າງນິຕິກຳ

ລະບຽບການນຳໃຊ້ອີເມວ ແລະ ແຜນສ້າງນິຕິກຳ

ດາວໂຫລດ
ອັບເດດຂໍ້ມູນວັນທີ 2018-12-17 17:09:50 / ຈຳນວນຜູ້ດາວໂຫລດ 98 ຄົນ
ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສູນບໍລິຫານລັດ ດ້ວຍເອເລັກໂຕຣນິກ

ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສູນບໍລິຫານລັດ ດ້ວຍເອເລັກໂຕຣນິກ

ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສູນບໍລິຫານລັດ ດ້ວຍເອເລັກໂຕຣນິກ

ດາວໂຫລດ
ອັບເດດຂໍ້ມູນວັນທີ 2018-10-18 16:01:25 / ຈຳນວນຜູ້ດາວໂຫລດ 77 ຄົນ
ຄຳແນະນຳ ກ່ຽວກັບລະບຽບການແຕ່ງຕັ້ງ ລັດຖະກອນດຳລົງຕຳແຫນ່ງບໍລິຫານ

ຄຳແນະນຳ ກ່ຽວກັບລະບຽບການແຕ່ງຕັ້ງ ລັດຖະກອນດຳລົງຕຳແຫນ່ງບໍລິຫານ

ຄຳແນະນຳ ກ່ຽວກັບລະບຽບການແຕ່ງຕັ້ງ ລັດຖະກອນດຳລົງຕຳແຫນ່ງບໍລິຫານ

ດາວໂຫລດ
ອັບເດດຂໍ້ມູນວັນທີ 2018-10-18 16:06:02 / ຈຳນວນຜູ້ດາວໂຫລດ 123 ຄົນ
ຄູ່ມືການນຳໃຊ້
ຄຸ່ມືການນນຳໃຊ້ລະບົບຫ້ອງການທັນສະໄຫມ(e-Office) ຂັ້ນຄະນະກົມ

ຄຸ່ມືການນນຳໃຊ້ລະບົບຫ້ອງການທັນສະໄຫມ(e-Office) ຂັ້ນຄະນະກົມ

ດາວໂຫລດ
ອັບເດດຂໍ້ມູນວັນທີ 2019-01-23 09:34:27 / ຈຳນວນຜູ້ດາວໂຫລດ 19 ຄົນ
ຄູ່ມືການນຳໃຊ້ລະບົບກອງປະຊຸມທາງໄກສຳລັບມືຖື

ຄູ່ມືການນຳໃຊ້ລະບົບກອງປະຊຸມທາງໄກສຳລັບມືຖື

ດາວໂຫລດ
ອັບເດດຂໍ້ມູນວັນທີ 2019-01-23 09:24:37 / ຈຳນວນຜູ້ດາວໂຫລດ 16 ຄົນ
ຄູ່ມືການນຳໃຊ້ລະບົບອີເມວ

ຄູ່ມືການນຳໃຊ້ລະບົບອີເມວ

ດາວໂຫລດ
ອັບເດດຂໍ້ມູນວັນທີ 2019-01-22 15:32:23 / ຈຳນວນຜູ້ດາວໂຫລດ 12 ຄົນ
ຄູ່ມືການນຳໃຊ້ລະບົບ ເຄືອຂ່າຍ Wifi Autentication

ຄູ່ມືການນຳໃຊ້ລະບົບ ເຄືອຂ່າຍ Wifi Autentication

ດາວໂຫລດ
ອັບເດດຂໍ້ມູນວັນທີ 2019-01-22 15:29:36 / ຈຳນວນຜູ້ດາວໂຫລດ 18 ຄົນ
ໂປຣແກຣມ
lao text to speech

lao text to speech

ເປັນໂປຣແກຣມອ່ານຕົວຫນັງສືພາສາລາວ

ດາວໂຫລດ
ອັບເດດຂໍ້ມູນວັນທີ 2018-10-19 15:11:02 / ຈຳນວນຜູ້ດາວໂຫລດ 71 ຄົນ
ຟອນເພັດຊະລາດ

ຟອນເພັດຊະລາດ

ຟອນເພັດສະລາດ ເປັນ ຟອນທີ່ກທາງກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສືື່ສານ

ດາວໂຫລດ
ອັບເດດຂໍ້ມູນວັນທີ 2018-10-22 10:27:01 / ຈຳນວນຜູ້ດາວໂຫລດ 54 ຄົນ
ໂປຣແກຣມ ປ່ຽນຟອນ ສຳລັບຟາຍ txt

ໂປຣແກຣມ ປ່ຽນຟອນ ສຳລັບຟາຍ txt

ໂປຣແກຣມ ປ່ຽນຟອນ ສຳລັບຟາຍ txt

ດາວໂຫລດ
ອັບເດດຂໍ້ມູນວັນທີ 2018-10-19 09:48:41 / ຈຳນວນຜູ້ດາວໂຫລດ 38 ຄົນ
ແປ້ນພິມພາສາລາວ

ແປ້ນພິມພາສາລາວ

ແປ້ນພິມພາສາລາວ

ດາວໂຫລດ
ອັບເດດຂໍ້ມູນວັນທີ 2018-10-19 09:53:14 / ຈຳນວນຜູ້ດາວໂຫລດ 33 ຄົນ
ກະຊວງໄປ ປທສ
ວາລະສານໄອຊີທີ
ເພັດຊະລາດ
ສະຫງວນລິຂະສິດ @ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ , ສູນບໍລິຫານລັດດ້ວຍເອເລັກໂຕຣນິກ
ຖະຫນົນລ້ານຊ້າງ, 01000 ນະຄອນຫຼວງວຽງຈັນ, ສປປລາວ
ເບີໂທລະສັບ : (856-21) 316600